ຮ່ວມງານ REACT ໄດ້ເຂົ້າຮ່ວມທັດສະນະສຶກສາ ທີ່ມະຫາວິທະຍາໄລ ຄົ້ນຄ້ວາວິໄຈປາຣີ ເພື່ອຮັບມືກັບຜົນກະທົບດ້ານພາວະການປ່ຽນແປງຂອງອາກາດ ໃນລະຫວ່າງວັນທີ 30-31 ມີນາ 2017

Home > News > ຮ່ວມງານ REACT ໄດ້ເຂົ້າຮ່ວມທັດສະນະສຶກສາ ທີ່ມະຫາວິທະຍາໄລ ຄົ້ນຄ້ວາວິໄຈປາຣີ ເພື່ອຮັບມືກັບຜົນກະທົບດ້ານພາວະການປ່ຽນແປງຂອງອາກາດ ໃນລະຫວ່າງວັນທີ 30-31 ມີນາ 2017

​​​ຄູ່ຮ່ວມໂຄງການ​ REACT ​ໄດ້​ເດີນທາງ​ທັດສະນະ​ສຶກສາ​ທີ່ ສະ​ຖາ​ບັນ Euro-Mediteraeen en Science du Risque (IEMSR) ​ເພື່ອ​ຮັບ​ມື​ກັບ​ຜົນ​ກະທົບ​ດ້ານ​ພາວະ​ການ​ປ່ຽນ​ແປງ​ຂອງ​ອາກາດ ທີ່​ຈັດ​ຂື້ນ​ໃນ​ວັນ​ທີ 30 ​ແລະ 31 ມີນາ 2017 ທີ່ UNESCO

    

ຄູ່​ຮ່ວມ​ງານ REACT ພວກ​ເຮົາ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ເພື່ອ​ປຶກສາ​ຫາລື​ປະ​ເດີນ​ບັນຫາ​ທີ່ໜ້າສົນ​ໃຈ​ກ່ຽວກັບ​ພາວະ​ການ​ປ່ຽນ​ແປງ​ຂອງ​ອາກາດ​ຮ່ວມ​ກັບ​ຜູ້​ປະສານ​ງານ IEMSR, ຄະນະ​ກຳ​ມະ​ທິການ​ດ້ານ​ການ​ສຶກສາ​ອະ​ຊີວະ​ສຶກສາ, ມະຫາວິທະຍາ​ໄລ Versaille Saint Quent, ສະ​ຖາ​ບັນ​ນິ​ເວດ​ວິທະຍາ ​ແລະ ສິ່ງ​ແວດ​ລ້ອມ​ປາຣີ, ສູນ​ຄົ້ນ​ຄ້ວາ​ວິ​ໄຈ​ສາກົນ​, ຄວາມ​ຢືນ​ຢົງ ​​ລວມທັງ ຊ່ຽນຊານ​ຈາກ​ອົງການ UNESCO ກ່ຽວກັບ​ກິດຈະກຳ​ດ້ານ​ການ​ປ່ຽນ​ແປງ​ຂອງ​ພາວະ​ອາກາດ ຮ່ວມ​ກັບ​ພະນັກງານ IEMSR ກ່ຽວກັບ​ການ​ຄົ້ນ​ຄ້ວາ​ວິ​ໄຈ​ໃນຫຼາຍສາຂາ​ວິຊາ​ທີ່​ກ່ຽວຂ້ອງ​ກັບ​ພາວະ​ການ​ປ່ຽນ​ແປງ​ຂອງ​ອາກາດ.